top of page

ຫຼັກສູດການເຝີກອົບຮົມ “ ແຜນລາຍການເຝີກອົບຮົມ - ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ 1 ”ລຸ້ນທີ 3 ຫຼືື Training Programs: “LAO Professional Investment Banking II” ຫຼືເອີ້ນຊື່ຫຍໍ້ວ່າ: Program - La.PIB I ລຸ້ນ 3

         ເປັນຫຼັກສູດທີ່ໄດ້ຮັບຄວາມຮ່ວມມື ແລະ ເສີມສ້າງມິດຕະພາບລະຫວ່າງ ຕະຫຼາດຫຼັກຊັບລາວ (Lao Securities Exchange), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຂອງມະຫາວິທະຍາໄລແຫ່ງຊາດລາວ (National University of Laos) ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປັນຫຼັກສູດທີ່ເໝາະສົມສໍາລັບ ​ຜູ້​ບໍລິຫານ​ບໍລິສັດ / ຝ່າຍ​ວິ​ເຄາະຫຼັກຊັບ / ຝ່າຍ​ບໍລິຫານ​ການ​ເງິນ / ຝ່າຍ​ກົດໝາຍ / ໜ່ວຍງານພາກ​ລັດ​ ​ແລະ ລັດວິ​ສາ​ຫະກິດ / ຜູ້​ປະກອບ​ການ / ນັກທຸ​ລະ​ກິດ / ນັກ​ສຶກສາ ​ແລະ ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ຕ່າງໆ


 

           ເຊິ່ງຜູ້​ເຂົ້າ​​ເຝິກອົບຮົມ​ຈະ​ໄດ້​ຮູ້​ເຖິງ​ວິທີ​ການລະດົມ​ເງິນ​ທຶນ​ໃນ​ທາງ​ເລືອກ​ຕ່າງໆ ຜ່ານ​ຕະຫຼາດທຶນ ​ແລະ ການ​ເລືອກ​​ໃຊ້​ເຄື່ອງ​ມື​ທາງ​ການ​ເງິນ​ຢ່າງ​ຖືກຕ້ອງ, ບົດບາດໜ້າທີ່ຂອງ​ຕະຫຼາດ​ເງິນ ແລະ ຕະຫຼາດທຶນ, ການ​ລົງທຶນ ​ແລະ ຜົນ​ຕອບ​ແທນ​ທີ່​ໄດ້​ຮັບ, ການ​ວິ​ເຄາະຫຼັກຊັບ, ການ​ປະ​ເມີນ​ມູນ​ຄ່າຮຸ້ນ, ຈັນ​ຍາ​ບັນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ກົດ​ເກນ​ຕ່າງໆຂອງ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ (ສຄຄຊ) ລວມ​ໄປ​ເຖິງ​ການ​ໄດ້​ສຳພັດ​ບັນຍາກາດ​ຕົວ​ຈິງ​ຂອງ​ຕະຫຼາດຫຼັກຊັບ​ແຫ່ງ​ປະ​ເທດ​ໄທ, ບໍລິສັດຫຼັກຊັບ, ບໍລິສັດ​ທີ່​ປຶກສາ​ທາງ​ການ​ເງິນ ​ແລະ ບໍລິສັດ​ຈົດ​ທະບຽນ​ໃນ​ຕະຫຼາດຫຼັກຊັບ ໃນລະຫວ່າງການໄປ Study Tour / Company Visit. ໂດຍຫຼັກສູດຄັ້ງນີ້ຈັດຂື້ນວັນທີ 09-10, 16-17, 23-24, 30-31 ພຶດສະພາ ແລະ 13-14 ມິຖຸນາ 2015 (ສະ​ເພາະ​ວັນ​ເສົາ ​ແລະ ວັນ​ອາທິດ ລວມຈໍານວນ10ວັນ ບໍ່ລວມວັນໄປທັດສະນະສຶກສາ ແລະ ວັນສອບເສັງ) ໂດຍເລີ່ມຮຽນພາກ​ເຊົ້າ 08:30 – 11:30 ພາກ​ບ່າຍ 13:30 -16:30 ​ລົງທະບຽນ: 3,000,000 ກີບ/1ທ່ານ ລວມອາຫານ​ທ່ຽງ, Coffee break (​ເຊົ້າ ​ແລະ ບ່າຍ) ​ແລະ ​ເສື້ອຍືດ 1 ຕົວ.


 

ຮູບພາບ 1: ພິທີເປີດຫຼັກສູດ “​ແຜນ​ລາຍ​ການເຝິກອົບຮົມ-ການ​ທະນາຄານ​​ເພື່ອ​ການ​ລົງທຶນ​ຢ່າງມື​ອາຊີບລາວ I ລຸ້ນທີ 3 ” ຫຼື “3rd Program – Lao Professional Investment Banking I “ (3rd Program-La.PIB I) ເປັນກຽດພິທີເປີດຫຼັກສູດໂດຍແມ່ນ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມໃນພິທີ ພ້ອມກັບຜູ້ເຂົ້າຮ່ວມເຝິກອົບຮົມ ມາຈາກພາກສ່ວນຕ່າງໆ 40 ກວ່າຄົນ ພິທີເປີດ ແລະ ຮຽນແມ່ນໃນວັນທີ 09 ພຶດສະພາ 2015 ຜ່ານມາ.

 

Please reload

bottom of page