top of page

Seminars in Laos

ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​”

December 14, 2015

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ຈັດສຳມະນາໃຫ້ຄວາມຮູ້ ຫົວຂໍ້ “ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ“ ພາຍໃຕ້ການເປັນປະທານຂອງ ທ່ານ ສຸກສະໃໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນຳວຽກງານເສດຖະກິດ, ເຂົ້າຮ່ວມມີ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ມີຜູ້ເຂົ້າຮ່ວມຮັບຟັງ 80 ກວ່າຄົນ. ເຊິ່ງການສຳມະນາແມ່ນຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງອັດຕະປື ໃນວັນທີ 15 ທັນວາ 2015 ຜ່ານມາ.

 

ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​”

October 09, 2015

ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ຮ່ວມ​ກັບ ຕະຫຼາດ​ຫຼັກ​ຊັບ​ລາວ ​ແລະ ບໍ​ລິ​ສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ ຈັດ​ສຳ​ມະ​ນາ​ໃຫ້​ຄວາມ​ຮູ້​ພາຍໃຕ້​ຫົວ​ຂໍ້: “ ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ ​”. ເປັນ​ປະທານ​ກ່າວ​ເປີດ​ໂດຍ ດຣ ​ເພັງ​ພາ​ວັນ ດາວ​ຄອນ​ຈະ​ເລີ​ນ ກຳມະການ​ປະຈຳ​ພັກ​ແຂວງ ຮອງ​ເຈົ້າ​​ແຂວງ​ຫຼວງ​ນ້ຳ​ທາ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ, ​ເຂົ້າ​ຮ່ວມ​ມີ​ທ່ານ ວັນ​ຄຳ​ ວໍຣະວົງ ຜູ້ອຳນວຍ​ການ​ໃຫຍ່ ຕະຫຼາດ​ຫຼັກ​ຊັບ​ລາວ ​ແລະ ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການ​ໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ ທັງ​ເ​ປັນ​ຜູ້​ບັນຍາຍ, ມີ​ຜູ້​ເຂົ້າ​ຮ່ວມ​ທີ່​ມາ​ຈາກ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ, ທະນາຄານ​ທຸລະ​ກິດ​ລັດ ​ແລະ ​ເອກະຊົນ, ຫົວ​ໜ່ວຍ​ທຸລະ​ກິດ ລວມທັງ​ໝົດ 60 ກວ່າຄົນ. ການ​ສຳ​ມະ​ນາ​ແມ່ນ​ຈັດ​ຂຶ້ນ​ທີ່​ຫໍ​ວັດທະນາ​ທຳ​ແຂວງ​ຫຼວງ​ນ້ຳ​ທາ ​ໃນ​ວັນ​ທີ 20 ຕຸລາ 2015

ງານສຳມະນາ “ການກະກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ”

September 16, 2015

ບໍລິສັດ​ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ໄດ້​ຮ່ວມ​ກັບ ທະນາຄານ​ແຫ່ງ ສປປ ລາວ, ສໍານັກງານຄະນະ​ກຳມະການຄຸ້ມ​ຄອງ​ຫຼັກ​ຊັບ, ຕະຫຼາດ​ຫຼັບ​ລາວ ​ຈັດ​ສຳ​ມະ​ນາ ​ໃຫ້​ຄວາມ​ຮູ້ ​ໃນ​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບລາວ​ “ ຈຸດປະສົງ​​ເພື່ອ ​ໃຫ້​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບຕະຫຼາດ​ທຶນ ຕໍ່​ມວນ​ຊົນ​ທົ່ວ​ໄປ ​​ເປັນ​ປະທານ​ໂດຍ​ ທ່ານ ບຸນເສັງ ທຳມະວົງ, ຮອງ​ເຈົ້າ​ແຂວງ ບໍລິຄຳໄຊ ຜູ້ຊີ້ນຳວຽກງານເສດຖະກິດ​, ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ,        ທ່ານ ສົມພົບ​ ສັກ​ພັນ​ພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ (ທັງ​ເປັນ​ຜູ້​ບັນຍາຍ), ວິຊາ​ການ​ຈາກ ສຳນັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກ​ຊັບ ​ແລະ ວິຊາການຈາກຕະຫຼາດ​ຫຼັກ​ຊັບ​ລາວ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຟັງບັນຍາຍແມ່ນປະກອບມີ ພະນັກງານລັດ, ພະນັກງານເອກະຊົນ ແລະ ບັນດານັກທຸລະກິດ ​ເຂົ້າ​ຮ່ວມ​ປະມານ 60 ຄົນ. ງານ​ດັ່ງກ່າວຈັດ​ຂຶ້ນ​ທີ່ ຫ້ອງປະຊຸມ ໂຮງແຮມ ປາກຊັນ, ແຂວງ​ ບໍລິຄໍາໄຊ​ ​ເມື່ອ​ວັນທີ 17 ກັນຍາ 2015 ຜ່ານ​ມາ.

ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​”

March 29, 2015

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ,ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບເອພີເອັມລາວຈຳກັດໄດ້ຮ່ວມກັນຈັດສຳມະນາພາຍໃຕ້ຫົວຂໍ້ “ການກະກຽມຄວາມພ້ອມເພື່ອລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”. ໂດຍການເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານຄຳແພງ ຈິດຕະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງອຸດົມໄຊ ໂດຍມີຕາງໜ້າຈາກຫ້ອງວ່າການ,ທະນາຄານແຫ່ງ ສປປ ລາວພາກເໜືອທີ່ແຂວງອຸດົມໄຊ,ມີບັນດາພະແນກການ,ອົງການ,ບັນດາທະນາຄານທຸລະກິດ,ສະມາຄົມນັກທຸລະກິດ,ຫົວໜ່ວຍທຸລະກິດຂະໜາດໃຫຍ່ຕະຫຼອດຮອດຄູ-ອາຈານຈາກສະຖາບັນການສຶກສາອ້ອມຂ້າງແຂວງອຸດົມໄຊເຂົ້າຮ່ວມ ຈັດຂຶ້ນໃນຕອນເຊົ້າວັນທີ 30 ມີນາ 2015 ທີ່ຫ້ອງປະຊຸມໂຮງແຮມມິດຕະພາບແຂວງອຸດົມໄຊ.

ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​”

January 11, 2015

ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ (APMALAO) ຮ່ວມ​ກັບ ສຳນັກ​ງານ​ຄະນະ​ກຳມະການຄຸ້ມ​ຄອງຫຼັກ​ຊັບ, ຕະຫຼາດ​ຫຼັກ​ຊັບ​ລາວ ຈັດ​ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​” ​​ໂດຍ​ມີ ທ່ານ ຍັນ​ຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂວງໆ​ໄຊ​ຍະ​​ບູລີ ​ເປັນ​ປະທານ​ເປີດ​ງານ.​ ເຊິ່ງການຈັດ​ສຳ​ມະ​ນາ​ຄັ້ງ​ນີ້ ​ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ 50 ກວ່າ​ຄົນ ທີ່ມາ​ຈາກ ພາກ​ລັດ ​ແລະ ​ເອກະ​ຊົນ ຈັດ​ທີ່​ຫ້ອງ​ປະຊຸມ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ໄຊ​ຍະ​ບູລີ ​ໃນ​ວັນ​ທີ 12 ມັງກອນ 2015 ຜ່ານ​ມາ.

 

ສໍາມະນາທີ່ແຂວງຄໍາມ່ວນ

December 16, 2014

ສຳນັກງານຄະນະ​ກຳມະການຄຸ້ມ​ຄອງ​ຫຼັກ​ຊັບ, ຕະຫຼາດ​ຫຼັບ​ລາວ ​ແລະ ບໍລິສັດ​ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ໄດ້​ຮ່ວມ​ກັນ​ຈັດ​ສຳ​ມະ​ນາ ​ໃຫ້​ຄວາມ​ຮູ້ ​ໃນ​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ “ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າ​ແຂວງ​ຄຳມ່ວນ ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ສົມພົບ​ ສັກ​ພັນ​ພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ແລະ ທັງ​ເປັນ​ຜູ້​ບັນຍາຍທ່ານ ຈັນທອນ ສິດທິໄຊ  ປະທານສະພາບໍລິຫານ ຜູ້ອຳນວຍການໃຫ່ຍ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ​ຕະຫຼາດ​ຫຼັກ​ຊັບລາວ, ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ ມາ​ຈາກ​ອົງ​ກອນ, ບໍລິ​ສັດທັງ ພາກ​ລັດ ​ແລະ ​ເອກະ​ຊົນ ​ເຂົ້າ​ຮ່ວມ 70 ກວ່າ​ຄົນ. ງານ​ດັ່ງກ່າວ​ຈັດ​ຂື້ນ​ທີ່ ຫ້ອງປະຊຸມ ​ໂຮງ​ແຮມ​ ລີເວີເຣຍ ​ແຂວງ​ຄຳມ່ວນ ​ໃນ​ວັນທີ 17 ທັນວາ 2014 ຜ່ານ​ມາ.

 

ງານສຳມະນາ “ມາດຕະຖານບັນຊີສະຫະກອນ“

September 11, 2014

ບໍລິສັດ​ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ໄດ້​ຮ່ວມ​ກັບ ທະນາຄານ​ແຫ່ງ ສປປ ລາວ, ​ຈັດ​ສຳ​ມະ​ນາ ​ໃຫ້​ຄວາມ​ຮູ້ ​ໃນ​ຫົວ​ຂໍ້: “ມາດຕະຖານບັນຊີສະຫະກອນ​ “ ຈຸດປະສົງ​​ເພື່ອ ​ໃຫ້​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ມາດຕະຖານຂອງບັນຊີ ແລະ ການບັນທຶກບັນຊີທີ່ຖືກຕ້ອງ ​ໂດຍ​ການ​ເປັນ​ປະທານ​ຂອງ​ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ນາງ ສຸດາ ປິຕາວັນ ຮອງຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ເຂົ້າ​ຮ່ວມ​ມີ ສະມາ​ຊິກ​ສະພາ​ແຫ່ງ​ຊາດ, ​ຕາງໜ້າ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ ແລະ ຕາງໜ້າອົງກອນທາງ​ພາກ​ລັດ ​ຫຼາຍໆອົງກອນ ​ເຂົ້າ​ຮ່ວມ 50 ກວ່າຄົນ. ງານ​ດັ່ງກ່ານ​ຈັດ​ຂຶ້ນ​ທີ່ ຫ້ອງປະຊຸມໃຫຍ່ ທີ່ ​ໂຮງ​ແຮມ​ສິບສອງພັນນາ, ແຂວງ​ຫລວງພະບາງ​ ​ໃນ​ວັນທີ 12 ກັນຍາ 2014 ຜ່ານ​ມາ ໂດຍໄດ້ເຊີນທາງ Dr.Attapong Peeracheir ມາບັນຍາຍ ເຊິ່ງເປັນອາຈານສອນບັນຊີທີ່່ມີປະສົບການຫລາຍກວ່າ 10 ປີ ທີມະຫາວິທະຍາໄລຊຽງໃໝ່ (ປະເທດໄທ)

 

ສໍາມະນາທີ່ແຂວງຈໍາປາສັກ

August 24, 2014

ທະນາຄານ​ແຫ່ງ ສປປ ລາວ, ສຳນັກງານຄະນະ​ກຳມະການຄຸ້ມ​ຄອງ​ຫຼັກ​ຊັບ, ຕະຫຼາດ​ຫຼັບ​ລາວ ​ແລະ ບໍລິສັດ​ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ໄດ້​ຮ່ວມ​ກັນ​ຈັດ​ສຳ​ມະ​ນາ ​ໃຫ້​ຄວາມ​ຮູ້ ​ໃນ​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ “ ຈຸດປະສົງ​​ເພື່ອ ​ໃຫ້​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ຕະຫຼາດ​ທຶນ ຕໍ່​ມວນ​ຊົນ​ທົ່ວ​ໄປ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ສົມ​ສະໜິດ ບຸດ​ຕິ​ວົງ ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ຈຳປາ​ສັກ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ນະ ຈັນ​ຕະລິ​ວົງ ຫົວໜ້າ​ທະນາຄານ​​ແຫ່ງ ສປປ ລາວ ທີ່​ແຂວງ​ຈຳປາ​ສັກ,  ທ່ານ ສົມພົບ​ ສັກ​ພັນ​ພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ແລະ ທັງ​ເປັນ​ຜູ້​ບັນຍາຍ, ວິຊາ​ການ​ຈາກ ສຳນັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກ​ຊັບ ​ແລະ ຕະຫຼາດ​ຫຼັກ​ຊັບ​ລາວ, ​ເຂົ້າ​ຮ່ວມ​ມີ ສະມາ​ຊິກ​ສະພາ​ແຫ່ງ​ຊາດ, ​ຕາງໜ້າ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ, ມະຫາວິທະຍາ​ໄລ, ວິທະຍາ​ໄລ, ທະນາຄານ​ທຸລະ​ກິດ, ມີ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ,ນັກທຸລະກິດ ​ເຂົ້າ​ຮ່ວມ​ເກືອບ 88ກວ່າຄົນ. ງານ​ດັ່ງກ່ານ​ຈັດ​ຂຶ້ນ​ທີ່ ຫ້ອງປະຊຸມ ​ລ້ານ​ນາ ​ໂຮງ​ແຮມ​ຈຳປາ​ສັກ​ແກຣນ, ແຂວງ​ຈຳ​ປາ​ສັກ​ ​ໃນ​ວັນທີ 25 ສິງຫາ 2014 ຜ່ານ​ມາ.

 

ສໍາມະນາຫຼວງພຣະບາງ

June 29, 2014

ທະນາຄານ​ແຫ່ງ ສປປ ລາວ, ສຳນັກງານຄະນະ​ກຳມະການຄຸ້ມ​ຄອງ​ຫຼັກ​ຊັບ, ຕະຫຼາດ​ຫຼັບ​ລາວ ​ແລະ ບໍລິສັດ​ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ໄດ້​ຮ່ວມ​ກັນ​ຈັດ​ສຳ​ມະ​ນາ ​ໃຫ້​ຄວາມ​ຮູ້ ​ໃນ​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ “ ຈຸດປະສົງ​​ເພື່ອ ​ໃຫ້​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ຕະຫຼາດ​ທຶນ ຕໍ່​ມວນ​ຊົນ​ທົ່ວ​ໄປ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ສີດາ ທັມມະ​ວົງ ຮອງຫົວໜ້າສາຂາ ​ທະນາຄານ ​ແຫ່ງ ສປປ ລາວ ພາກ​ເໜືອ ທີ່​ແຂວງ​ຫຼວງ​ພຣະບາງ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ TaeJoo Choi ຮອງ​ປະທານ​ຄະນະ, ຫົວໜ້າ​ຝ່າຍ​ດຳ​ເນີນ​ງານ​ ຕະຫຼາດ​ຫຼັກ​ຊັບລາວ, ທ່ານ ສົມພົບ​ ສັກ​ພັນ​ພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ແລະ ທັງ​ເປັນ​ຜູ້​ບັນຍາຍ ​ເຂົ້າ​ຮ່ວມ​ມີ ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ເຂດ6 ​ແຂວງ​ຫຼວງ​ພຣະບາງ, ​ຕາງໜ້າ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ, ມະຫາວິທະຍາ​ໄລ, ວິທະຍາ​ໄລ, ທະນາຄານ​ທຸລະ​ກິດ, ມີ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ,ນັກທຸລະກິດ ​ເຂົ້າ​ຮ່ວມ​ເກືອບ 100 ຄົນ. ງານ​ດັ່ງກ່ານ​ຈັດ​ຂຶ້ນ​ທີ່ ຫ້ອງປະຊຸມ ​ສັນຕິ ຣີສອດ ​ແຂວງ​ຫຼວງ​ພຣະບາງ ​ໃນ​ວັນທີ 30 ມິຖຸນາ 2014 ຜ່ານ​ມາ

 

 

ສໍາມະນາສະຫວັນນະເຂດ

May 27, 2014

ທະນາຄານ​ແຫ່ງ ສປປ ລາວ, ສຳນັກງານຄະນະ​ກຳມະການຄຸ້ມ​ຄອງ​ຫຼັກ​ຊັບ, ຕະຫຼາດ​ຫຼັບ​ລາວ ​ແລະ ບໍລິສັດ​ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ໄດ້​ຮ່ວມ​ກັນ​ຈັດ​ສຳ​ມະ​ນາ ​ໃຫ້​ຄວາມ​ຮູ້ ​ໃນ​ຫົວ​ຂໍ້: “ການ​ກະກຽມ​ຄວາມ​ພ້ອມ​ເພື່ອ​ລະດົມ​ທຶນ ຜ່ານ​ຕະຫຼາດ​ທຶນ ​ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ “ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ບຸນ​ວົງ ດວງ​ດອກ​ເກດ ຫົວໜ້າ​ທະນາຄານ ​ແຫ່ງ ສປປ ລາວ ພາກ​ກາງ​ທີ່​ແຂວງ​ສະຫວັນ​ນະ​ເຂດ. ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ TaeJoo Choi ຮອງ​ປະທານ​ຄະນະ, ຫົວໜ້າ​ຝ່າຍ​ດຳ​ເນີນ​ງານ​ ຕະຫຼາດ​ຫຼັກ​ຊັບລາວ, ທ່ານ ສົມພົບ​ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​​ເອພີ​ເອັມລາວ ຈຳ​ກັດ ​ແລະ ທັງ​ເປັນ​ຜູ້​ບັນຍາຍ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ ມາ​ຈາກ​ອົງ​ກອນ, ບໍລິ​ສັດທັງ ພາກ​ລັດ ​ແລະ ​ເອກະ​ຊົນ ​ເຂົ້າ​ຮ່ວມ 100 ກວ່າ​ຄົນ. ງານ​ດັ່ງກ່ານ​ຈັດ​ຂຶ້ນ​ທີ່ ຫ້ອງປະຊຸມ ​ໂຮງ​ແຮມ​ ດາວ​ສະຫວັນ ​ແຂວງ​ສະຫວັນ​ນະ​ເຂດ ​ໃນ​ວັນທີ 28 ພຶດສະພາ 2014 ຜ່ານ​ມາ.

ສໍາມະນາ “ບັນຊີບໍລິສັດເຊົ່າສິນເຊື່ອ“

February 25, 2014

ບໍລິສັດ​ຫຼັກ​ຊັບ ​ເອພີ​ເອັມລາວ ຈຳກັດ (APMLAO) ຮ່ວມ​ກັບ ທະ​ນາຄານ​ແຫ່ງ ສປປ ລາວ​ ຈັດງານ​ ສຳ​ມະ​ນາ​ ​ພາຍ​ໃຕ້​ຫົວ​ຂໍ້ “ບັນຊີບໍລິສັດ​ເຊົ່າ​ສິນ​ເຊື່ອ“​ ໃນ​​ວັນ​ທີ 26ກຸມພາ 2014 ຜ່ານ​ມາ ທີ່​ທະນາຄານ​ແຫ່ງ ສປປ ລາວ, ​​ໂດຍ​ໃຫ້​ກຽດ​ເປັນ​ປະທານ​ຂອງ ດຣ ອາຄົມ ປຣະ​ເສີດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ທະນາຄານ​​ແຫ່ງ ສປປ ລາວ ​​ພ້ອມ​ດ້ວຍ ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳ​ກັດ, ໃຫ້​ກຽດ​ເປັນ​ປະທານ​ຮ່ວມກ່າວ​ເປີດ​ງານສຳມະ​ນາ ​ ພ້ອມ​ທັງກ່າ​ວ​ເຖິງ​ຈຸດປະສົງ​ຂອງການ​ຈັດ​ງານ ໂດຍມີ​ບັນ​ດາ​ພະນັກງານ 30 ກວ່າ​ທ່ານເຂົ້າ​ຮ່ວມ

ສໍາມະນາສະຫະກອນສິນເຊືອ

January 21, 2014

ບໍລິສັດ​ຫຼັກ​ຊັບ ​ເອພີ​ເອັມລາວ ຈຳກັດ (APMLAO) ຮ່ວມ​ກັບ ທະ​ນາຄານ​ແຫ່ງ ສປປ ລາວ​ ຈັດງານ​ ສຳ​ມະ​ນາ​ ​ພາຍ​ໃຕ້​ຫົວ​ຂໍ້ “ ບັນຊີ​ສະຫະກອນ​ສິນ​ເຊື່ອ ​ແລະ ​ເງິນ​ຝາກ​ປະຢັດ“​ ໃນ​​ວັນ​ທີ 22​ມັງກອນ 2014 ຜ່ານ​ມາ ທີ່​ທະນາຄານ​ແຫ່ງ ສປປ ລາວ, ​​ໂດຍ​ໃຫ້​ກຽດ​ເປັນ​ປະທານ​ຂອງ ດຣ ອາຄົມ ປຣະ​ເສີດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ ທະນາຄານ​​ແຫ່ງ ສປປ ລາວ ​​ພ້ອມ​ດ້ວຍ ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳ​ກັດ ໃຫ້​ກຽດ​ເປັນ​ປະທານ​ຮ່ວມກ່າວ​ເປີດ​ງານສຳມະ​ນາ ​ໂດຍ​ມີຜູ້​ເຂົ້າ​ຮ່ວມ​ຈາກ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ແຫ່ງ​ຕ່າງໆ ກວ່າ 50 ທ່ານ​​.

Please reload

bottom of page