top of page

ຫຼັກສູດການເຝີກອົບຮົມ “ ແຜນລາຍການເຝີກອົບຮົມ - ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ 1 ”ລຸ້ນທີ 2 ຫຼືື Training Programs: “LAO Professional Investment Banking II” ຫຼືເອີ້ນຊື່ຫຍໍ້ວ່າ: Program - La.PIB I ລຸ້ນ 2

        ເປັນຫຼັກສູດທີ່ໄດ້ຮັບຄວາມຮ່ວມມື ແລະ ເສີມສ້າງມິດຕະພາບລະຫວ່າງ ຕະຫຼາດຫຼັກຊັບລາວ (Lao Securities Exchange), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຂອງມະຫາວິທະຍາໄລແຫ່ງຊາດລາວ (National University of Laos) ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປັນຫຼັກສູດທີ່ເໝາະສົມສໍາລັບ ​ຜູ້​ບໍລິຫານ​ບໍລິສັດ / ຝ່າຍ​ວິ​ເຄາະຫຼັກຊັບ / ຝ່າຍ​ບໍລິຫານ​ການ​ເງິນ / ຝ່າຍ​ກົດໝາຍ / ໜ່ວຍງານພາກ​ລັດ​ ​ແລະ ລັດວິ​ສາ​ຫະກິດ / ຜູ້​ປະກອບ​ການ / ນັກທຸ​ລະ​ກິດ / ນັກ​ສຶກສາ ​ແລະ ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ຕ່າງໆ


 

         ເຊິ່ງຜູ້​ເຂົ້າ​​ເຝິກອົບຮົມ​ຈະ​ໄດ້​ຮູ້​ເຖິງ​ວິທີ​ການລະດົມ​ເງິນ​ທຶນ​ໃນ​ທາງ​ເລືອກ​ຕ່າງໆ ຜ່ານ​ຕະຫຼາດທຶນ ​ແລະ ການ​ເລືອກ​​ໃຊ້​ເຄື່ອງ​ມື​ທາງ​ການ​ເງິນ​ຢ່າງ​ຖືກຕ້ອງ, ບົດບາດໜ້າທີ່ຂອງ​ຕະຫຼາດ​ເງິນ ແລະ ຕະຫຼາດທຶນ, ການ​ລົງທຶນ ​ແລະ ຜົນ​ຕອບ​ແທນ​ທີ່​ໄດ້​ຮັບ, ການ​ວິ​ເຄາະຫຼັກຊັບ, ການ​ປະ​ເມີນ​ມູນ​ຄ່າຮຸ້ນ, ຈັນ​ຍາ​ບັນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ກົດ​ເກນ​ຕ່າງໆຂອງ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ (ສຄຄຊ) ລວມ​ໄປ​ເຖິງ​ການ​ໄດ້​ສຳພັດ​ບັນຍາກາດ​ຕົວ​ຈິງ​ຂອງ​ຕະຫຼາດຫຼັກຊັບ​ແຫ່ງ​ປະ​ເທດ​ໄທ, ບໍລິສັດຫຼັກຊັບ, ບໍລິສັດ​ທີ່​ປຶກສາ​ທາງ​ການ​ເງິນ ​ແລະ ບໍລິສັດ​ຈົດ​ທະບຽນ​ໃນ​ຕະຫຼາດຫຼັກຊັບ ໃນລະຫວ່າງການໄປ Study Tour / Company Visit. ໂດຍຫຼັກສູດຄັ້ງນີ້ຈັດຂື້ນວັນທີ 4-5, 11-12, 18-19, 25-26, 30-31 ຕຸລາ 2014 (ສະ​ເພາະ​ວັນ​ເສົາ ​ແລະ ວັນ​ອາທິດ ລວມຈໍານວນ10ວັນ ບໍ່ລວມວັນໄປທັດສະນະສຶກສາ ແລະ ວັນສອບເສັງ) ໂດຍເລີ່ມຮຽນພາກ​ເຊົ້າ 08:30 – 11:30  ພາກ​ບ່າຍ 13:30 -16:30 ​ລົງທະບຽນ: 3,000,000 ກີບ/1ທ່ານ ລວມອາຫານ​ທ່ຽງ, Coffee break (​ເຊົ້າ ​ແລະ ບ່າຍ) ​ແລະ ​ເສື້ອຍືດ 1 ຕົວ.


 

ຮູບພາບ 1: ພິທີເປີດການເຝີກອົບຮົມຫຼັກສູດ Program – La-PIB I ຢ່າງເປັນທາງການ ທີ່ອາຄານຕະຫຼາດຫຼັກຊັບລາວ

ຮູບພາບ 2: ທ່ານ ສົມພົບ ສັກ​ພັນ​ພະນົມ ປະທານ​ເຈົ້າ​ໜ້າ​ທີ່​ບໍລິຫານ ບໍລິສັດ Asset Pro Managementຈຳກັດ​ (APM) ຮ່ວມ​ກັບ ຜູ້ຊ່ວຍ ສາດສະດາຈານ ສຸດາ ປິຕະວັນ ຫົວໜ້າ​ຝ່າຍ​ວິ​ໄຈ ບໍລິສັດ Asset Pro Managementຈຳກັດ​ (APM) ໄດ້​ໃຫ້ການ​ຕ້ອນຮັບ ຄະນະ​ຜູ້​ເຂົ້າ​ຮ່ວມເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB 1 ລຸ້ນ 2 ​ຢ້ຽມຢາມ​ບໍ​ລິ​ສັດ Asset Pro Management ຈຳກັດ ຫຼື APM ເຮັດໜ້າທີ່ ເປັນທີ່ປຶກສາທາງດ້ານການເງິນ ເຊິ່ງບໍລິສັດ APM ດຳເນີນທຸລະກິດມາຫຼາຍກວ່າ 17ປີ. ການຢ້ຽມຢາມດັ່ງກ່າວມີຂຶ້ນໃນວັນທີ 30 ຕຸລາ 2014 ທີ່ ອາຄານ The Offices At Central World, ຊັ້ນ 10 ກຸງເທບມະຫານະຄອນ.

 

ຮູບພາບ 3: ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ(APMLAO) ​ແລະ ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB I ລຸ້ນ 2 ໄດ້​ເດີນທາງຢ້ຽ​ມຢາມ ​ແລະ ສຶກສາ​ເບິ່ງ​ການ​ເຮັດວຽກ​ຕົວ​ຈິງ​ທີ່​ ບໍລິສັດ ຫຼັກ​ຊັບ​ຟີ​ນັນ​ເຊຍ ​ໄຊຣັສ ຈຳກັດ (ມະຫາຊົນ) ​ຫຼື Finansia Syrus Securities ໃນ​ຖານະ​ທີ່​ເຮັດ​ໜ້າ​ທີ່​ເປັນ​ນາຍ​ໜ້າ​ໃນ​ການ​ແລກປ່ຽນ ຊື້-​ຂາຍ, ທີ່​ປຶກສາ​ການ​ລົງທຶນ, ​ເຮັດ​ໜ້າ​ທີ່​ໃນ​ການ​ຈຳໜ່າຍ​ຫຼັກ​ຊັບ. ທີ່ອາຄານ Alma Link ຊັ້ນ17, ກຸງ​​ເທບ​ມະຫາ​ນະຄອນ ໃນ​ວັນ​ທີ່ 30 ຕູລາ 2014.

 

ຮູບພາບ 4: ຜູ້ຊ່ວຍ ສາດສະດາຈານ ສຸດາ ປິຕະວັນ ຮອງຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈໍາກັດ(APMLAO) ​ແລະ ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB 1 ລຸ້ນ 2 ໄດ້​ເດີນທາງ ຢ້ຽ​ມຢາມ ​ແລະ ສຶກສາ​ເບິ່ງ​ການ​ເຮັດວຽກ​ຕົວ​ຈິງ​ ກ່ຽວການ​ກັບແລກປ່ຽນ​ຊື້-​ຂາຍ​ຮຸ້ນ ທີ່​ຕະຫຼາດ​ຫຼັກ​ຊັບ​ແຫ່ງ​ປະ​ເທດ​ໄທ ​ໃນ​ວັນ​ທີ່ 30 ຕຸລາ 2014 ຜ່ານ​ມາ.

 

ຮູບທີ 5: ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈໍາກັດ(APMLAO) ຮ່ວມ​ກັບ ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB 1 ລຸ້ນ 2 ​ໄດ້​ເດີນທາງ ຢ້ຽ​ມຢາມ LDC DENTAL PUBLIC COMPANY LIMITED ສຶກສາເບິ່ງຂັ້ນຕອນ​ການ ທຳຄວາມສະອາດໃນການຮັກສາແຂ້ວ ແລະ ວິທີການໃນການຈັດແຂ້ວໃຫ້ງາມສຸຂະພາບດີ ໃນປະເທດໄທ ຖະໜົນ ລາດພ້າວ, ຮ່ອມ 89, ກຸງເທບມະຫານະຄອນ ​ໃນ​ວັນ​ທີ 31 ຕຸລາ 2014.

 

ຮູບພາບ 6: ພິທີມອບໃບຢັ້ງຢືນໃຫ້ບັນດາຜູ້ເຂົ້າຮ່ວມເຝີກອົບຮົມໄລຍະສັ້ນ ໃນຫຼັກສູດ Program- La.PIB I ຈັດ  ຂື້ນທີ່ອາຄານ ຕະຫຼາດຫຼັກຊັບລາວ

Please reload

bottom of page