top of page

ຫຼັກສູດການເຝີກອົບຮົມ “ ແຜນລາຍການເຝີກອົບຮົມ - ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ”ລຸ້ນທີ 1 ຫຼືື Training Programs: “LAO Professional Investment Banking I” ຫຼືເອີ້ນຊື່ຫຍໍ້ວ່າ: Program - La.PIB I

        ເປັນຫຼັກສູດທີ່ໄດ້ຮັບຄວາມຮ່ວມມື ແລະ ເສີມສ້າງມິດຕະພາບລະຫວ່າງ ຕະຫຼາດຫຼັກຊັບລາວ (Lao Securities Exchange), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຂອງມະຫາວິທະຍາໄລແຫ່ງຊາດລາວ (National University of Laos) ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປັນຫຼັກສູດທີ່ເໝາະສົມສໍາລັບ ​ຜູ້​ບໍລິຫານ​ບໍລິສັດ / ຝ່າຍ​ວິ​ເຄາະຫຼັກຊັບ / ຝ່າຍ​ບໍລິຫານ​ການ​ເງິນ / ຝ່າຍ​ກົດໝາຍ / ໜ່ວຍງານພາກ​ລັດ​ ​ແລະ ລັດວິ​ສາ​ຫະກິດ / ຜູ້​ປະກອບ​ການ / ນັກທຸ​ລະ​ກິດ / ນັກ​ສຶກສາ ​ແລະ ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ຕ່າງໆ

 

         ເຊິ່ງຜູ້​ເຂົ້າ​​ເຝິກອົບຮົມ​ຈະ​ໄດ້​ຮູ້​ເຖິງ​ວິທີ​ການລະດົມ​ເງິນ​ທຶນ​ໃນ​ທາງ​ເລືອກ​ຕ່າງໆ ຜ່ານ​ຕະຫຼາດທຶນ ​ແລະ ການ​ເລືອກ​​ໃຊ້​ເຄື່ອງ​ມື​ທາງ​ການ​ເງິນ​ຢ່າງ​ຖືກຕ້ອງ, ບົດບາດໜ້າທີ່ຂອງ​ຕະຫຼາດ​ເງິນ ແລະ ຕະຫຼາດທຶນ, ການ​ລົງທຶນ ​ແລະ ຜົນ​ຕອບ​ແທນ​ທີ່​ໄດ້​ຮັບ, ການ​ວິ​ເຄາະຫຼັກຊັບ, ການ​ປະ​ເມີນ​ມູນ​ຄ່າຮຸ້ນ, ຈັນ​ຍາ​ບັນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ກົດ​ເກນ​ຕ່າງໆຂອງ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ (ສຄຄຊ) ລວມ​ໄປ​ເຖິງ​ການ​ໄດ້​ສຳພັດ​ບັນຍາກາດ​ຕົວ​ຈິງ​ຂອງ​ຕະຫຼາດຫຼັກຊັບ​ແຫ່ງ​ປະ​ເທດ​ໄທ, ບໍລິສັດຫຼັກຊັບ, ບໍລິສັດ​ທີ່​ປຶກສາ​ທາງ​ການ​ເງິນ ​ແລະ ບໍລິສັດ​ຈົດ​ທະບຽນ​ໃນ​ຕະຫຼາດຫຼັກຊັບ ໃນລະຫວ່າງການໄປ Study Tour / Company Visit. ໂດຍຫຼັກສູດຄັ້ງນີ້ຈັດຂື້ນວັນທີ 26-27 ເມສາ, 3-4, 10-11, 17-18, 22-23 ພຶດສະພາ (ສະ​ເພາະ​ວັນ​ເສົາ ​ແລະ ວັນ​ອາທິດ ລວມຈໍານວນ10ວັນ ບໍ່ລວມວັນໄປທັດສະນະສຶກສາ ແລະ ວັນສອບເສັງ) ໂດຍເລີ່ມຮຽນພາກ​ເຊົ້າ 08:30 – 11:30  ພາກ​ບ່າຍ 13:30 -16:30 ​ລົງທະບຽນ: 3,000,000 ກີບ/1ທ່ານ ລວມອາຫານ​ທ່ຽງ, Coffee break (​ເຊົ້າ ​ແລະ ບ່າຍ) ​ແລະ ​ເສື້ອຍືດ 1 ຕົວ.

 

ຮູບພາບ 1: ພິທີເປີດການເຝີກອົບຮົມຫຼັກສູດ Program – La-PIB I ຢ່າງເປັນທາງການ ທີ່ອາຄານຕະຫຼາດຫຼັກຊັບລາວ ຊັ້ນ 8 ໃນວັນທີ 26 ເມສາ 2014.

 

ຮູບພາບ 2: ທ່ານ ດາວ​ວອນ ພະ​ຈັນທະ​ວົງ ປະທານ​ສະພາ​ບໍລິຫານ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ(APMLAO) ຮ່ວມ​ກັບ ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ(APMLAO) ​ແລະ ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program - La.PIB I ເຂົ້າຢ້ຽ​ມຢາມ ​ແລະ ສຶກສາ​ເບິ່ງ​ການ​ເຮັດວຽກ​ຕົວ​ຈິງ​ ກ່ຽວການ​ກັບແລກປ່ຽນ​ຊື້-​ຂາຍ​ຮຸ້ນ ທີ່​ຕະຫຼາດ​ຫຼັກ​ຊັບ​ແຫ່ງ​ປະ​ເທດ​ໄທ ​ໃນ​ວັນ​ທີ 22 ພຶດສະພາ 2014.

 

ຮູບພາບ 3: ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ(APMLAO) ​ແລະ ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB I ເຂົ້າຢ້ຽ​ມຢາມ ​ແລະ ສຶກສາ​ເບິ່ງ​ການ​ເຮັດວຽກ​ຕົວ​ຈິງ​ຂອງ​ ບໍລິສັດ ຫຼັກ​ຊັບ​ຟີ​ນັນ​ເຊຍ ​ໄຊຣັສ ຈຳກັດ (ມະຫາຊົນ) ​ຫຼື Finansia Syrus Securities ໃນ​ຖານະ​ທີ່​ເຮັດ​ໜ້າ​ທີ່​ເປັນ​ນາຍ​ໜ້າ​ໃນ​ການ​ແລກປ່ຽນ ຊື້-​ຂາຍ, ທີ່​ປຶກສາ​ການ​ລົງທຶນ, ​ເຮັດ​ໜ້າ​ທີ່​ໃນ​ການ​ຈຳໜ່າຍ​ຫຼັກ​ຊັບ ທີ່ ອາຄານ Alma Link ຊັ້ນ17, ກຸງ​​ເທບ​ມະຫາ​ນະຄອນ ໃນ​ວັນ​ທີ 22 ພຶດສະພາ 2014 ຜ່ານ​ມາ.

ຮູບພາບ 4: ທ່ານ ສົມພົບ ສັກ​ພັນ​ພະນົມ ປະທານ​ເຈົ້າ​ໜ້າ​ທີ່​ບໍລິຫານ ບໍລິສັດ Asset Pro Managementຈຳກັດ​ (APM) ຮ່ວມ​ກັບ ຜູ້ຊ່ວຍ ສາດສະດາຈານ ສຸດາ ປິຕະວັນ ຫົວໜ້າ​ຝ່າຍ​ວິ​ໄຈ ບໍລິສັດ Asset Pro Managementຈຳກັດ​ (APM) ໄດ້​ໃຫ້ການ​ຕ້ອນຮັບ ຄະນະ​ຜູ້​ເຂົ້າ​ຮ່ວມເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB I ເຂົ້າຢ້ຽມຢາມ​ບໍ​ລິ​ສັດ Asset Pro Management ຈຳກັດ ຫຼື APM ເຊິ່ງເຮັດໜ້າທີ່ ເປັນທີ່ປຶກສາທາງດ້ານການເງິນ ໃນປະເທດໄທທີ່ດຳເນີນທຸລະກິດມາຫຼາຍກວ່າ 17 ປີ. ການຢ້ຽມຢາມດັ່ງກ່າວມີຂຶ້ນໃນວັນທີ 22 ພຶດສະພາ 2014 ທີ່ ອາຄານ The Offices At Central World, ຊັ້ນ 10 ກຸງເທບມະຫານະຄອນ.

ຮູບພາບ 5: ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ(APMLAO) ຮ່ວມ​ກັບ ຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄລຍະ​ສັ້ນ​ໃນ​ຫຼັກສູດ Program- La.PIB I ໄດ້​ເດີນທາງຢ້ຽ​ມຢາມ Asian Insulator Public Company Limited., ສຶກສາເບິ່ງຂັ້ນຕອນ​ການ​ຜະລິດລູກຖ້ວຍໄຟຟ້າ, ເປັນບໍລິສັດອຸດສາຫະກຳຂະໜາດໃຫຍ່ ຜະລິດ ແລະ ຈຳໜ່າຍ ລູກຖ້ວຍໄຟຟ້າ ກ່ຽວກັບການໄຟຟ້າ ແລະ ພະລັງງານ ໃນປະເທດໄທ ທີ່ຈັງຫວັດ ສິງບູຣີ ​ໃນ​ວັນ​ທີ່ 23 ພຶດສະພາ 2014.

ຮູບພາບ 6: ພິທີມອບໃບຢັ້ງຢືນໃຫ້ບັນດາຜູ້ເຂົ້າຮ່ວມເຝີກອົບຮົມໄລຍະສັ້ນ ໃນຫຼັກສູດ Program- La.PIB I ຈັດ  ຂື້ນທີ່ອາຄານ ຕະຫຼາດຫຼັກຊັບລາວ ຊັ້ນ 8 ໃນວັນທີ 1 ມິຖຸນາ 2014.

 

Please reload

bottom of page