top of page

ລູກຄ້າຂອງ APMLAO

ທີ່ປຶກສາທາງດ້ານການເງິນເພື່ອຂໍສະເໜີໃນການອອກຈໍາໜ່າຍຫຼັກຊັບ ແລະ ນໍາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ

 

 

 

 

ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ (PTL)

ເປັນຜູ້ໃຫ້ບໍລິການຈັດຈໍາໜ່າຍນໍ້າມັນເຊື້ອໄຟ ແລະ ອາຍແກັດ ແບບຄົບວົງຈອນ

 

ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ (PTL) ໄດ້ເຊັນສັນຍາຮ່ວມກັບ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ (APMLAO) ໃນວັນທີ 01 ພະຈິກ 2013 ເພື່ອກຽມບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ຕະຫຼອດໄລຍະເວລາໃນການກະກຽມຄວາມພ້ອມນັ້ນທັງສອງຝ່າຍກໍ່ໄດ້ເຮັດວຽກຮ່ວມກັນຢ່າງຕັ້ງໜ້າບໍ່ວ່າຈະເປັນການປຶກສາຫາລືໃຫ້ຄຳແນະນຳ ແລະ ແນວທາງປະຕິບັດຢ່າງຫ້າວຫັນສະເໝີມາໂດຍມີເປົ້າໝາຍດຽວກັນ ກໍ່ຄືການປະສົບຜົນສຳເລັດ ແລະ ສາມາດນຳບໍລິສັດເຂົ້າຈົດທະບຽນໃຫ້ໄດ້ພາຍໃນປີ 2014 ດ້ວຍຄວາມຕັ້ງໃຈໃນການປະຕິບັດງານມາໂດຍຕະຫຼອດນັ້ນເມື່ອວັນທີ 20 ຕຸລາ 2014 ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ສໍາເລັດການຍື່ນຄໍາຂໍອະນຸຍາດອອກຈຳໜ່າຍຮຸ້ນສາມັນເພື່ອເພີ່ມທຶນໃຫ້ແກ່ມວນຊົນຄັ້ງທຳອິດໃຫ້ກັບສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຍື່ນຄຳຂໍຈົດທະບຽນໃນຕະຫຼາດຫຼັກຊັບໃຫ້ກັບຕະຫຼາດຫຼັກຊັບລາວ ແລະ ໄດ້ຮັບຄຳອະນຸຍາດອອກຈຳໜ່າຍຮຸ້ນສາມັນເພື່ອເພີ່ມທຶນໃຫ້ແກ່ມວນຊົນຄັ້ງທຳອິດ ຈາກ ສຄຄຊ ໃນວັນທີ 26 ພະຈິກ 2014 ໂດຍມີບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນສາມັນ. ໃນຄັ້ງນີ້ກໍ່ມີຜົນຕອບຮັບຈາກມວນຊົນເປັນຢ່າງດີເຮັດໃຫ້ການລະດົມທຶນຈຳນວນ 240 ຕື້ກີບ, ຈໍານວນ 60 ລ້ານຮຸ້ນ, ໃນລາຄາ 4,000 ກີບ ເປີດຂາຍພາຍໃນ 3 ວັນກໍ່ສາມາດລະດົມທຶນໄດ້ຈົນຄົບຕາມຈຳນວນ.

ຈາກຄວາມສຳເລັດດັ່ງກ່າວນັ້ນ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ກໍ່ໄດ້ນໍາບໍລິສັດເຂົ້າຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ແລະ ໄດ້ມີການເປີດການແລກປ່ຽນຊື້ຂາຍຮຸ້ນເປັນຄັ້ງທຳອິດ (First Trading Day) ໃນວັນທີ 11 ທັນວາ 2015 ທີ່ຜ່ານມາ.

 

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (SVN)

ເປັນຜູ້ໃຫ້ບໍລິການຈັດຈໍາໜ່າຍເຄື່ອງວັດສະດຸກໍ່ສ້າງ, ຕົກແຕ່ງບ້ານ ແລະ ອາຄານ ແບບຄົບວົງຈອນ

 

ບໍລິສັດ ສຸວັນ​ນີ ໂຮມເຊັນເຕີ ມະຫາຊົນ (SVN) ໄດ້ເຊັນສັນຍາຮ່ວມກັບ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ (APMLAO) ໃນວັນທີ 16 ມິຖຸນາ 2014 ເພື່ອກຽມບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ຕະຫຼອດໄລຍະເວລາໃນການກະກຽມຄວາມພ້ອມນັ້ນທັງສອງຝ່າຍກໍ່ໄດ້ເຮັດວຽກຮ່ວມກັນຢ່າງຕັ້ງໜ້າບໍ່ວ່າຈະເປັນການປຶກສາຫາລືໃຫ້ຄຳແນະນຳ ແລະ ແນວທາງປະຕິບັດຢ່າງຫ້າວຫັນສະເໝີມາໂດຍມີເປົ້າໝາຍດຽວກັນ ກໍ່ຄືການປະສົບຜົນສຳເລັດ ແລະ ສາມາດນຳບໍລິສັດເຂົ້າຈົດທະບຽນໃຫ້ໄດ້ພາຍໃນປີ 2015 ດ້ວຍຄວາມຕັ້ງໃຈໃນການປະຕິບັດງານມາໂດຍຕະຫຼອດນັ້ນເມື່ອວັນທີ 23 ກັນຍາ 2015 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ສໍາເລັດການຍື່ນຄໍາຂໍອະນຸຍາດອອກຈຳໜ່າຍຮຸ້ນສາມັນເພື່ອເພີ່ມທຶນໃຫ້ແກ່ມວນຊົນຄັ້ງທຳອິດໃຫ້ກັບສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຍື່ນຄຳຂໍຈົດທະບຽນໃນຕະຫຼາດຫຼັກຊັບໃຫ້ກັບຕະຫຼາດຫຼັກຊັບລາວ ແລະ ໄດ້ຮັບຄຳອະນຸຍາດອອກຈຳໜ່າຍຮຸ້ນສາມັນເພື່ອເພີ່ມທຶນໃຫ້ແກ່ມວນຊົນຄັ້ງທຳອິດ ຈາກ ສຄຄຊ ໃນວັນທີ 19 ພະຈິກ 2015 ໂດຍມີບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນສາມັນ. ໃນຄັ້ງນີ້ກໍ່ມີຜົນຕອບຮັບຈາກມວນຊົນເປັນຢ່າງດີເຮັດໃຫ້ການລະດົມທຶນຈຳນວນ 77,5 ຕື້ກີບ, ຈຳນວນ 25 ລ້ານຮຸ້ນ, ໃນລາຄາ 3,100 ກີບ ເປີດຂາຍພາຍໃນ 3 ວັນກໍ່ສາມາດລະດົມທຶນໄດ້ຈົນຄົບຕາມຈຳນວນ.

ຈາກຄວາມສຳເລັດດັ່ງກ່າວນັ້ນ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ກໍ່ໄດ້ນໍາບໍລິສັດເຂົ້າຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ແລະ ໄດ້ມີການເປີດການແລກປ່ຽນຊື້ຂາຍຮຸ້ນເປັນຄັ້ງທຳອິດ (First Trading Day) ໃນວັນທີ 11 ທັນວາ 2015 ທີ່ຜ່ານມາ.

 

ທີ່ປຶກສາທາງດ້ານການເງິນໃຫ້ກັບບໍລິສັດ ແລະ ກໍາລັງກຽມຄວາມພ້ອມເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ


 

ບໍລິສັດ ຮ່ວມພັດທະນາກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ (UDF)

ເປັນຜູ້ຜະລິດ ແລະ ຈັດຈໍາໜ່າຍລູກໝູ

 

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈໍາກັດ (STL)

ເປັນຜູ້ໃຫ້ບໍລິການຂົນສົ່ງສິນຄ້າທາງບົກ ແບບຄົບວົງຈອນ ທັ້ງພາຍໃນ ແລະ ຕ່າງປະເທດ

 

ບໍລິສັດ ພູສີຫຼວງພະບາງກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈໍາກັດຜູ້ດຽວ (PSC)

ເປັນຜູ້ໃຫ້ບໍລິການກໍ່ສ້າງ ແລະ ສ້ອມແປງຂົວ-ທາງ

 

ບໍລິສັດ ໃສທິລາດ ກຣຸບ ຈໍາກັດ (STG)

ເປັນຜູ້ປະກອບທຸລະກິດດ້ານ ຊີມັງ, ພະລັງງານ,ການກໍ່ສ້າງ ແລະ ອື່ນໆ.

 

bottom of page