top of page

ບໍລິສັດ ຫຼັກຊັບເອພີເອັມລາວ (APMLAO)  ຈໍາກັດ

          ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ສ້າງຕັ້ງຂື້ນໃນເດືອນມິຖູນາ  ປີ 2013 ຢູ່ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ໂດຍມີວັດຖຸປະສົງໃນການໃຫ້ຄໍາປືກສາ ແລະ ແນະນໍາໃນການພັດທະນາອົງກອນທຸລະກິດ. ໂດຍໄດ້ຮັບໃບອະນູຍາດດຳເນີນທຸລະກິດຈາກສໍານັກງານຄະນະກໍໍາມະກາານຄຸ້ມຄອງຫຼັກຊັບ(LSCO) ໃນການເຮັດໜ້າທີ່ກ່ຽວກັບທີ່ປຶກສາທາງການເງິນໃນເດືອນພະຈິກ ປີ 2013 

          ທີມງານໃຫ້ຄຳປຶກສາແກ່ລູກຄ້າປະກອບດ້ວຍບຸກຄະລາກອນລະດັບຜູ້ບໍລິຫານບວກກັບບຸກຄະລາກອນຜູ້ປະຕິບັດງານ ທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ຫຼາກຫຼາຍໃນແວດວົງການເງິນ ການບັນຊີ ການທະນາຄານ ສິນເຊື່ອໂຄງການ ແລະ ກົດໝາຍ

ຜົນງານການນຳບໍລິສັດເຂົ້າຈົດທະຽນໃນຕະຫຼາດຫຼັກຊັບ

 ສີ່ງທີ່ເກີດຂື້ນຢູ່ໃນລາວ

Lao Professional Investment Banking Program

May 09, 2014

ທ່ານ ສົມພົບ ສັກພັນພະນົມ ຜູ້ອໍານວຍການໃຫ່ຍ ບໍລິສັດ ຫຼັກຊັບເອພີເອັມລາວ (APMLAO) ໃນຖານະທີ່ເປັນຜູ້ຈັດການໂຄງການເຝີກອົບຮົມ "LAO Professional Investment Banking - Program (LA-PIB) ຄັ້ງທີ່ 1 ໂດຍໄດ້ຮັບຄວາມຮ່ວມມືຈາກຕະຫຼາດຫຼັກບຊັບລາວ(LSX) ,ມະຫາວິທະຍາໄລແຫ່ງງຊາດລາວ,/ ແລະ ສໍານັກງາານຕະນະກໍາມະະການຄຸ້້ມຄອງຫຼັກຊັບເຊີ່ງໄດ້ຮັບບກຽດຈາກຜູ້ບໍລິຫານໃນອົງກອນຕ່າງໆເຂົ້າຮ່ວມງານ.

LPC ເຊັນສັນຍາຈ້າງງານ CNTIC ສ້າງໂຮງງານທີ່ໃຫ່ຍທີ່ສຸດໃນ ສປປ ລລາວ

July 16, 2014

ທ່ານຈິດຕະກອນ ສຸກສົມບູນ ຜູ້ອໍານວຍການໃຫ່ຍບໍລິສັດອຸດສາຫະກໍາສີມັງ ລາວພັດທະນາ ຈໍາກັດ ຫຼື  LPC ເຊັນສັນຍາວ່າຈ້າງ China National Technical Import and Export Corporation ຫຼື CNTIC ໂດຍ ທ່ານ Mr.Wu Duoyu Vice President ເປັນຜູ້ໃຫ້ອອກແບບກໍ່ສ້າງ,ຕິດຕັ້ງອຸປະກອນ ແລະ ເຄື່ອງຈັກແບບຄົບວົງຈອນ(EPC) ເພື່ອກໍ່ສ້າງໂຮງງານຜະລິດປູນຊີມັງ,ກໍາລັງການຜະລິດແມ່ນ 5,000 ໂຕນຕໍ່ວັນມູນຄ່າ 240 ລ້ານຫຼຽນສະຫະລັດ,ຮອງຮັບຄວາມຕ້ອງການໃຊ້ປູນຊີມັງທີ່ຍັງບໍພຽງພໍຕໍ່ຄວາມຕ້ອງການໃຊ້ ແລະ ມີແນວໂນ້ມເຕີບໂຕຕໍ່ເນືື່ອງທັງນີ້ຄາດວ່າໂຮງງານດັ່ງກ່າວຈະສ້າງສໍາເລັດໃນປີ2016 ແລະ ຈະເປັນໂຮງງານທີ່ມີກໍາລັງການຜະລິດທີ່ຫຼາຍທີ່ສຸດໃນ ສປປ ລາວ.

Please reload

bottom of page