top of page

ວິໃສທັດຂອງ ຜູ້ອໍານວຍການໃຫຍ່

ຈິງໃຈໃນການເຮັດວຽກ ແລະ ສ້າງສາຍສໍາພັນຢ່າງຕໍ່ເນື່ອງ
           ສິ່ງທີ່ສໍາຄັນທີ່ສຸດຂອງຜູ້ບໍລິຫານທີ່ດີຕ້ອງຈິງໃຈ ເປັນມິດ, ສ້າງສາຍສໍາພັນກັບສື່ມວນຊົນ, ສົ່ງເສີມໃຫ້ພະນັກງານມີຄວາມສໍາພັນທີ່ດີກັບທຸກໆຄົນ, ມີຫົວໜ້າ,ພະນັກງານ,ເພື່ອນຮ່ວມງານ ແລະ ລູກຄ້າ ເພາະວ່າຄວາມສໍາເລັດຂອງອົງກອນຈະເກີດຂຶ້ນໄດ້ຈາກການບໍລິຫານງານຢ່າງມີປະສິດທິພາບຂອງຜູ້ບໍລິຫານຮ່ວມກັບການສະໜັບສະໜູນຂອງທຸກໆຝ່າຍທີ່ຢູ່ໃນອົງກອນ.


           ໃນການບໍລິການລູກຄ້າພວກເຮົາຢຶດໝັ້ນຄວາມຕ້ອງການຂອງລູກຄ້າເປັນຫຼັກ,ໂດຍບໍ່ມີຂໍ້ຈໍາກັດເລື່ອງເວລາ,ພວກເຮົາສ້າງໂອກາດທາງດ້ານທຸລະກິດ ແລະ ສົ່ງເສີມຄວາມສາມາດຂອງລູກຄ້າ ໃນດ້ານການເງິນ,ການປັບໂຄງສ້າງໜີ້,ການຈັດການສະພາບຄ່ອງ ຫຼື ການຈັດຫາຜູ້ຮ່ວມທຶນທາງທຸລະກິດ, ລວມທັງການນໍາເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ເພື່ອກະຈາຍຮຸ້ນເປັນຄັ້ງທໍໍາອິິດ ດ້ວຍບຸກຄະລາກອນທີ່ມີຄວາມຊ່ຽວຊານທາງດ້ານການເງິນທີ່ພ້ອມດ້ວຍຄວາມສາມາດ ແລະ ສາມາດເຮັດວຽກເພື່ອຕອບສະໜອງໃຫ້ຜູ້ປະກອບການໃຫ້ເປັນບໍລິສັດຂັ້ນແນວໜ້າ ທີ່ມີພື້ນຖານທາງດ້ານການເງິນ ແລະ ການບັນຊີທີ່ດີ.


 ພວກເຮົາເຮັດວຽກເປັນທີມ
            ລູກຄ້າ ແລະ APM ຈະເຮັດວຽກຮ່ວມກັນເປັນທີມດຽວກັນເພື່ອບັນລຸວັດຖຸປະສົງ ຫຼື ເປົ້້າໝາຍຂອງລູກຄ້າ. ບຸກຄະລາກອນຂອງເຮົາເປັນມືອາຊີບທີ່ມີການສຶກສາດີ, ມີຄວາມຮູ້ກວ້າງຂວາງ ແລະ ມີປະສົບການສູງໃນທາງການເງິນ ຕະຫຼາດເງິນ, ຕະຫຼາດທຶນ ແລະ ຂໍ້້ກົດໝາຍ ຫຼື ຂໍ້ບັງຄັບທາງທຸລະກິດ ພວກເຮົາປຽບເໝືອນຮຸ້ນສ່ວນ ຫຼື ຄູ່ຮ່ວມທີ່ຈະວາງຍຸດທະສາດທາງທຸລະກິດທາງການເງິນໃຫ້ກັບລູກຄ້າ.


            APM ເປັນທີ່ປຶກສາທາງການເງິນອິດສະຫຼະທີ່ມີຄວາມຄ່ອງຕົວສູງ ມີຜົນງານໃຫ້ກັບບໍລິສັດຕ່າງໆໃນປະເທດໄທ. ສະນັ້ນ, ຈຶ່ງໄດ້ຂະຫຍາຍກິດຈະການມາ ສປປ ລາວ ແລະ ມີແຜນຕໍ່ເນື່ອງໃນການຂະຫຍາຍທຸລະກິດທາງການເງິນອິດສະຫຼະສູ່ປະເທດມຽນມາໃນອະນາຄົດທີ່ຈະມາເຖິງນີ້.

ພວກເຮົາຢຶດຫຼັກການເຮັດວຽກຢ່າງມີວິໃນ, ຊື່ສັດ, ຈິງໃຈ ແລະ ມີຈັນຍາບັນ
 

ປະຫວັດອົງກອນ

ປະຫວັດ​ຄວາມ​ເປັນ​ມາຂອງບໍລິສັດ APM ( Asset Pro Management ) ຈໍາກັດ

  • ບໍລິສັດAPM ​​ໄດ້​ສ້າງຕັ້ງຂຶ້ນ​ໃນ​ເດືອນ ກໍລະກົດ ປີ 1991 ​ແລະ ໄດ້​​ເລີ່​ມດຳ​ເນີນ​ການ​ໃຫ້​ບໍລິ​ການ​ທີ່​ປຶກສາ​ທາງ​ການ​ເງິນ​ຢ່າງ​ເຕັມ​ຮູບ​​ແບບໃນ​ ​ເດືອນ​ ກໍລະກົດ ປີ 1997

  • ທຸລະ​ກິດ​ຂອງບໍລິສັດ APM ​ແມ່ນ​ໃຫ້​ບໍລິການ​ທີ່​ປຶກສາ​ທາງ​ການ​ເງິນ ​ໃຫ້​ແກ່ ລູກ​ຄ້າ​ທີ່​​ເປັນ ບໍລິສັດ​ເອກະ​ຊົນ  ​ແລະ​/ຫຼື ບຸກຄົນ ຜູ້​ທີ່ຕ້ອງການຊອກຫາ​ທາງ​ເລືອກ​ໃນ​ການ​ແກ້​ໄຂ​ບັນຫາ​ທາງ​ການ​ເງິນ​​ໃຫ້​ແກ່​ທຸລະ​ກິດ​ຂອງ​ພວກ​ເຂົາ

  • ຄະນະ​ຜູ້​ບໍລິຫານ ​ແລະ ທີ​ມງານ​ໃຫ້​ຄຳ​ປຶກສາຂອງບໍລິສັດ APM  ມີ​ຜູ້​ຊ່ຽວຊານ​ຫຼາຍ​ກວ່າ 10 ຄົນ​ພ້ອມ​ດ້ວຍ​ປະສົບ​​ການ​ເຮັດວຽກ ​ທີ່ກ່ຽວຂ້ອງ​​ໃນ​ຂະ​ແໜງ ການ​ເງິນ​ທຸລະ​ກິດ (Corporate Financial)/ ຫົວໜ່ວຍທຸລະ​ກິດ​ເພື່ອ​ການ​ລົງທຶນ (Investment banking)/ ກົດໝາຍ (Law)/ ການ​ວິ​ໄຈ​ສະພາບ​ແວດ​ລ້ອມ (research environment) ມາຫຼາຍ​ກວ່າ 20 ປີ

  • ບໍລິສັດ APM ​ແມ່ນ​ບໍລິສັດ​ທີ່​ປຶກສາ​​​ແຫ່ງໜຶ່ງທີ່​ມີ​ສັກກະ​ຍະ​ພາບ​, ​ຖືກ​ຄັດ​ເລືອກ ​ແລະ ອະນຸມັດ ​ໂດຍ​ສະ​ມາ​ຄົມ​ສາຍ​ປັບປຸງ​ໂຄງ​ສ້າງໜີ້ທະນາຄານ​ແຫ່ງ​ປະ​ເທດ​ໄທ (bank of Thailand’s debt restructuring committee) ​ໃນ​ປີ 1999

  • ບໍລິສັດ APM ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ເປັນ​ທີ່​ປຶກສາ​ທາງ​ການ​ເງິນ​ພາຍ​​ໃຕ້​ການ​ຄຸ້ມ​ຄອງ​ຂອງ ສຳນັກງງານ​ຄະນະ​ກຳມະການ​ກຳກັບ​ຫຼັກຊັບ ​ແລະ ຕະຫຼາດຫຼັກຊັບ Securities and Exchange Committee (SEC) ​ໃນ​ປີ 2006

ປະຫວັດ​ຄວາ​ມ​ເປັນ​ມາຂອງບໍລິສັດ ຫຼັກ​ຊັບ​ເອພີ​ເອັມລາວ ຈຳກັດ (APMLAO)

  • ບໍລິສັດ​ ຫຼັກຊັບເອພີ​ເອັມລາວ ຈຳກັດ (APMLAO) ​ເປັນ​ບໍລິສັດ​ລູກ​ຂອງ ບໍລິສັດ Asset Pro Management ຈຳກັດ (APM) ທີ່​ໄດ້​ຮັບ​ອະນຸຍາດ​ເປັນ​ທີ່​ປຶກສາ​ທາງ​ການ​ເງິນ​ຈາກ ສຳນັກງານ​ຄະນະ​ກຳມະການ​ກຳກັບ​ຫຼັກ​ຊັບ ​ແລະ ຕະຫຼາດ​ຫຼັກ​ຊັບ ( ກລຕ )​ໃນ​ປະ​ເທດ​ໄທ​ຫຼາຍ​ກວ່າ 17 ປີ

  • ບໍລິສັດ​ ຫຼັກຊັບເອພີ​ເອັມລາວ ຈຳກັດ (APMLAO) ​ໄດ້​ຮັບ​ໃບ​ອານຸຍາດ​ໃນ​ການ​ຂໍ​ປະກອບ​ອາຊີບ​ໃນ​ຖານະ​ເປັນ​ທີ່​ປຶກສາ​ທາງ​ການ​ເງິນ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄ​ອງຫຼັກຊັບ (ສຄຄຊ) ​ໃນ​ເດືອນ 11/2013

  • ບໍລິສັດ​ ຫຼັກຊັບ​ເອພີ​ເອັມລາວ ຈຳກັດ (APMLAO) ​ໄດ້​ຖືກ​ສ້າງຕັ້ງ​ໃນ​ຖານະ​ເປັນ​ທີ່​ປຶ​ກສາ​ທາງ​ການ​ເງິນ​ໃຫ້ແກ່ ລູກ​ຄ້າ​ທີ່​​ເປັນ ບໍລິສັດ​ເອກະ​ຊົນ ຫຼື ບຸກຄົນ  ຜູ້​ທີ່ຕ້ອງການຊອກຫາ​ທາງ​ເລືອກ​ ໃນ​ການ​ແກ້​ໄຂ​ບັນຫາ​ທາງ​ການ​ເງິນ​​ໃຫ້​ແກ່​ທຸລະ​ກິດ

  • ຄະນະ​ຜູ້​ບໍລິຫານ ​ແລະ ທີ​ມງານທີ່​ໃຫ້​ຄຳ​ປຶກສາຂອງ ບໍລິສັດ​ ຫຼັກຊັບເອພີ​ເອັມລາວ ຈຳກັດ (APMLAO) ມີ​ຜູ້​ຊ່ຽວຊານ​ຫຼາຍ​ກວ່າ 5 ຄົນ​ ພ້ອມ​ດ້ວຍ​​ປະສົບ​​ການ​ເຮັດວຽກ ​ທີ່ກ່ຽວຂ້ອງ​​ໃນ​ຂະ​ແໜງ ການ​ເງິນ​ທຸລະ​ກິດ (Corporate Financial) ​ແລະ ຫົວໜ່ວຍທຸລະ​ກິດ​ເພື່ອ​ການ​ລົງທຶນ (Investment banking)

  • ບໍລິສັດ​ ຫຼັກຊັບເອພີ​ເອັມລາວ ຈຳກັດ (APMLAO) ໄດ້​ດຳ​ເນີນ​ງານ​ຢ່າງ​ເຕັມຮູບ​ແບບ​ເພື່ອ​ຕອບ​ສະໜອງການ​ບໍລິການ​​ທີ່​ປຶກສາ​ທາງ​ການ​ເງິ​ນ​ໃຫ້​ແກ່​ບັນດາ​ລູກ​ຄ້າ​ທົ່ວປະ​ເທດ​ລາວ​ໂດຍມີ​ພະນັກງງານ​ຄົນ​ລາວປະຈຳ​ຢູ່ 10 ຄົນ.

 

bottom of page